Lao PDR Minister to PMO visit Nam Et-Phou Louey National Protected Area

ລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີໄດ້ລົງຢ້ຽມຢາມ ປ່າສະຫງວນແຫ່ງຊາດ
ນໍ້າແອດ – ພູເລີຍ.

Lao PDR Minister to PMO visit to
Nam Et-Phou Louey
National Protected Area
on 15-16 November 2018.

On 15-16 October 2018 the Nam Et-Phou Louey National Protected Area (NEPL NPA) welcomed H.E Dr. Mme. Souvanpheng BOUPPHANOUVONG, the Minister to Prime Minister’s Office. In the center H.E Dr. Mme. Souvanpheng BOUPPHANOUVONG, the Minister to Prime Minister’s Office, On her left: Mr. Bounpheng Vongnorbountham, Acting DG, Dept. Law, On her right: Mr Lakhone Vonglasy, Hiam district Governor Deputy Director and Mr. Savanh Chanthakoummane, Head of NPA Management Division, DOF.

ໃນວັນທີ່ 15 – 16 ພະຈິກ 2018 ຜ່ານມານີ້ທາງຫ້ອງການເຂດປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍໄດ້ໃຫ້ກຽດຕ້ອນຮັບ ພະນະທ່ານ ນາງ. ປອ. ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ.

On 15-16 October 2018 the Nam Et-Phou Louey National Protected Area (NEPL NPA) welcomed H.E Dr. Mme. Souvanpheng BOUPPHANOUVONG, the Minister to Prime Minister’s Office (PMO).

ໃນໂອກາດທີ່ລົງມາຢ້ຽມຍາມຄັ້ງນີ້ທ່ານລັດຖະມົນຕີໄດ້ມີໂອກາດພົບປະ ແລະ ເຮັດວຽກ ຮ່ວມກັບຫ້ອງການເຂດປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ, ອົງການອະນຸລັກສັດປ່າ, ກົມປ່າໄມ້, ອຳນາດ ການປົກຄອງ ເມືອງຮ້ຽມ, ເມືອງຫົວເມືອງ ແລະ ພ້ອມດ້ວຍຄະນະນຳຂັ້ນສູງຂອງແຂວງຫົວພັນ.

H.E Dr. Mme. Souvanpheng BOUPPHANOUVONG, the Minister to PMO, visited the NEPL NPA to meet with the Management Unit of the NEPL NPA and the supporting NGO Wildlife Conservation Society.

ຫົວຂໍ້ທີ່ນຳມາສົນທະນາປຶກສາຫາລືມີດັ່ງນີ້:
The following subjects were discussed during the visit:

  • The NEPL NPA’s conservation activities including:
    • ວຽກງານປັບປຸງຊີວິດການເປັນຢູ່(ທ່ອງທ່ຽວ ແລະ ການປູກກາເຟ)
    • Livelihoods (Ecotourism, Coffee)
    • ວຽກງານບັງຄັບໃຊ້ກົດໝາຍ
    • Law Enforcement
    • ວຽກການຈັດສັນທີ່ດິນ
    • Land Use Management
  • ຍຸດທະສາດການພັດທະນາແບບເຕີບໂຕສີຂຽວຂອງລັດຖະບານ ທີ່ສະໜັບສະໜູນໂດຍ ທະນາຄານໂລກ.
  • The Green Growth Strategy of Lao PDR, with World Bank Support
  • ໂຄງການສິ່ງແວດລ້ອມ ແລະ ສັງຄົມໄລຍະ2 (ຄສລ2) ທີ່ສະໜັບສະໜູນ ໂດຍທະນາຄານໂລກ.
  • The Second Lao Environment and Social Project (LENS2), with World Bank Support

ນອກຈາກການເຂົ້າຮ່ວມກອງປະຊຸມແລ້ວ ທ່ານຍັງໄດ້ໃຫ້ກຽດລົງຢ້ຽມຢາມ ເພື່ອເບີ່ງກິດຈະກໍາປັບປຸງຊີວິດການເປັນຢູ່ ຂອງໂຄງການ ແລະ ໄດ້ຖືໂອກາດນີ້ພົບປະໂອ້ລົມພໍ່ແມ່ປະຊາຊົນ 2 ບ້ານຄື:

Two of the NEPL NPA’s livelihood programs were visited during the stay and H.E Dr. Mme. Souvanpheng BOUPPHANOUVONG, the Minister to PMO, met with the associated project communities including:

  • ໂຄງການປູກກາເຟປອດສານພິດທີ່ເປັນມິດກັບສັດປ່າ ຢູ່ບ້ານໂພນຊອງ, ກຸ່ມບ້ານບວມຝາດ, ເມືອງຊ່ອນ ແຂວງຫົວພັນ.
  • The Wildlife Friendly Organic Coffee project in Ban Phon Song village, Boumfard village cluster, Xon district, Houaphan Province:
  • ລ່ອງເຮືອເບິ່ງສັດປ່າໃນຍາມກາງຄືນທີ່ສາຍນໍ້າເນີນ, ບ້ານສົ້ນຂົວ, ເມືອງຫົວເມືອງ ແຂວງ ຫົວພັນ.
  • The Nam Nern Night Safari Wildlife Ecotourism venture in Ban Son Koua village in Houa Mouang district, Houaphan Province:

ລາຍການລ່ອງເຮືອເບິ່ງສັດປ່າໃນຍາມກາງຄືນ ທີ່ສາຍນໍ້າເນີນເຄີຍໄດ້ຮັບລາງວັນລະດັບໂລກ 2 ປີ ຊ້ອນໃນເດືອນພະຈິກ, ປີ 2013 ແລະ 2014 ທີ່ເອີ້ນວ່າ ລາງວັນການທ່ອງທ່ຽວ ທີ່ມີຄວາມຮັບຜິດຊອບ ຕໍ່ໂລກ ເຊີ່ງຖືວ່າເປັນປະສົບການເບີ່ງສັດປ່າທີ່ດີທີ່ສຸດ ແລະ ເປັນທາງເລືອກສຳລັບປະຊາຊົນ. ເດືອນພະຈິກປີ 2018 ພໍດີຄົບຮອບ 5 ປີ ພວກເຮົາສາມາດສະເຫຼີມສະຫຼອງນັບຕັ້ງແຕ່ໄດ້ຮັບລາງວັນມາ!

The Nam Nern Night Safari won the award the World Responsible Tourism Award in November 2013 and 2014, as the best Wildlife Experience & People’s Choice. This November 2018 we can celebrate together the 5 years anniversary since the award!

ຫ້ອງການປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ, ອົງການອະນຸລັກສັດປ່າ ພ້ອມດ້ວຍປະຊາຊົນ ຊາວບ້ານໂພນຊ່ອງ ແລະ ບ້ານສົ້ນຂົວ ມີຄວາມຮູ້ສຶກເປັນກຽດຢ່າງສູງ ແລະ ຂໍສະແດງຄວາມຂອບໃຈຢ່າງ ລົ້ນເຫຼືອຕໍ່ການລົງມາຢ້ຽມຢາມແບບພິເສດຂອງທ່ານ. ຫວັງຢ່າງຍິ່ງວ່າພວກເຮົາຈະຊ່ວຍກັນນໍາສະເໜີຜົນງານອັນດີເດັ່ນດ້ານການອະນຸລັກທີ່ພວກເຮົາຍາດມາໄດ້ນີ້ ໃຫ້ສັງຄົມຮັບຊາບຢ່າງກວ້າງຂວາງຕື່ມອີກໃນອະນາຄົດ.

The Nam Et-Phou Louey National Protected Area’s Management Unit, the supporting NGO Wildlife Conservation Society, and the Ban Phon Song and Ban Son Koua communities are honored and sincerely grateful for the special visit, and hope to present outstanding conservation results in NEPL NPA in the future.

ຂອບໃຈມາຍັງ ມືກ້ອງ ປະຈຳຫ້ອງການ ທ່ານ ເບນ ສຸວໍນພຸລ ທີ່ມາຢ້ຽມຢາມ
Thanks to Mr. Ben Swanepoel for the photographs of the official visit.