ບ່ອນໜຶ່ງທີ່ມີລະດູໜາວທີ່ສຸດໃນລາວ

ເຈົ້າອາດຈະບໍ່ເຊື່ອພວກເຮົາ, ແຕ່ວ່າອາກາດໜາວເຢັນຫຼາຍຢູ່ໃນອາຊີຕາເວັນອອກສຽ່ງໃຕ້ພາຍໃນອາທິດນີ້ລະຫວ່າງວັນທີ່ 24-27 ຂອງເດືອນມັງກອນ.

ໃນ ສປປ ລາວ, ແຂວຫົວພັນ (ພື້ນທີ່ອຸທິຍານສ່ວນຫຼາຍກວມເອົາ) ເປັນໜຶ່ງໃນບ່ອນທີ່ມີອຸນຫະພູມຕໍ່າທີ່ສຸດ. ບາງປີມີອາກາດເຢັນຕໍ່າກວ່າສູນອົງສາເຊ ແລະ ມີນໍ້າໝອກກ້າມປົກຄຸມຕາມເສັ້ນທາງ, ບ້ານເຮືອນ ແລະ ປ່າໄມ້. ມັນເປັນປະສົບການທີ່ເກີດຂື້ນດົນໆຄັ້ງໜຶ່ງ ໃນຊີວິດຂອງທຸກຄົນທີ່ໄດ້ສຳພັດກັບບັນຍາກາດຄວາມໜາວ ແລະ ມີນ້ຳໝອກກ້າມປົກຄຸມແບບນັ້ນ.

ຖ້າຍັງບໍ່ເຊື່ອ? ສາມາດເບີ່ງຮູບພາບຂ້າງລຸ່ມ

ຄວາມໜາວເຢັນນີ້ແມ່ນໄດ້ສ້າງຄວາມປະຫຼາດໃນໃຫ້ແກ່ຄົນໃນພື້ນທີຢ່າງຫຼວງຫຼາຍ. ເຖິງຢ່າງໃດກໍ່ຕາມ, ອາກາດກໍ່ໄດ້ຄ່ອຍໆເຂົ້າສູ່ສະພາບປົກກະຕິ ແລະ ພະຍາກອນອາກາດກໍ່ໄດ້ຄາດຄະເນອາກາດອົບອຸ່ນ ແລະ ມີແສງແດດ ພາຍໃນສອງສາມມື້ຖັດມາ.